ຕົ້ນຂີ້ໜອນ ເປັນຢາແກ້ໄຂ້ຕົວຮ້ອນ, ຊ່ວຍຖອນພິດໄຂ້, ແກ້ອາການຮ້ອນໃນ

ຕົ້ນຂີ້ໜອນຈັດເປັນໄມ້ຍືນຕົ້ນຂາດນ້ອຍຫາປານກາງ. ລຳຕົ້ນສູງປະມານ 5-10 ມ, ເປັນໄມ້ເນື້ອແຂງ, ມີການແຕກກິ່ງກ້ານຢູ່ສ່ວນເທິງຂອງລຳຕົ້ນ, ຜິວລຽບ, ເປືອກລຳຕົ້ນຄຸຄັງ, ແຕກເປັນເກັດ, ສີດຳ ຫຼື ສີນ້ຳຕານ, ເປືອກດ້ານໃນສີສົມພູປົນສີແດງ, ມີນ້ຳຢາງສີເຫຼືອງໄລ່ອອກຈາກເປືອກ. ໃບດ່ຽວ, ອອກແບບກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ຮູບຂອບຂະໜານ, ຮູບຮີ ຫຼື ຮູບຫອກ, ກ້ວາງ 2.5-5 ຊມ, ຍາວ 8-13 ຊມ, ໂຄນໃບຮຽວແຫຼມ, ຂອບລຽບ, ປາຍແຫຼມ ຫຼື ຮຽວແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວລຽບທັງສອງດ້ານ, ໃບອ່ອນມີສີຂຽວອົມແດງ, ໃບແກ່ມີສີຂຽວເຂັ້ມ.

 

ກ້ານໃບຮູບກົມ, ຍາວ 0.5-1 ຊມ, ສີສີຂຽວອົມແດງ. ດອກແຍກເພດຕ່າງຕົ້ນ, ອອກຕາມງ່າມໃບ ແລະ ປາຍຍອດ. ດອກຜູ້ເປັນຊໍ່ແບບກະຈຸກ, ມີດອກຍ່ອຍ 3-4 ດອກ, ກ້ວາງ 2-2.5 ຊມ. ກາບດອກມີ 4 ກາບ, ຮູບຮີ ຫຼື ຮູບຂອບຂະໜານ. ກີບດອກໂຄນເຊື່ອມຕິກັນ, ປາຍແຍກອອກເປັນ 4 ແສກ, ຮູບໄຂ່, ເນື້ອໜາ, ແຂງ, ສີເຫຼືອງອົມສົ້ມ. ມີເກສອນເພດຜູ້ມີຈຳນວນຫຼາຍ, ຈັບຮຽງກັນເປັນຮູບ 4 ຫຼ່ຽມ. ດອກເພດແມ່ເປັນດອກດ່ຽວ, ອອກຕາມປາຍກິ່ງ, ດອກມີເກສອນເພດຜູ້ທຽມຮຽງຢູ່ທົ່ວເຕົ້າໄຂ່, ມີກ້ານເກສອນຕິດກັນເປັນກຸ່ມ. ເຕົ້າໄຂ່ຮູບໄຂ່, ປາຍຮວງຮັບມີຕ່ອມ 1 ຕ່ອມ, ສີແດງ. ໝາກດ່ຽວ, ຮູບກົມ, ມີເນື້ອ, ຂະໜາດ 2.5-6 ຊມ, ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີເຫຼືອງ ຫຼື ສີສົ້ມ ແລະ ມີຮ່ອງຕາມລວງຍາວປະມານ 5-8 ຮ່ອງ. ແກ່ນມີຂະໜາດໃຫຍ່, ມີຈຳນວນ 4-6 ເມັດ, ຮູບຮີ, ສີເທົາ ຫຼື ສີນ້ຳຕານ.


ເປັນອາຫານ: ໃຊ້ເປັນເຄື່ອງຄຽງກິນກັບລາບ, ແຈ່ວ ແລະ ຊຸບຜັກ. ໝາກສຸກຮັບປະທານເປັນໝາກໄມ້ໄດ້.

ສັບພະຄຸນທາງດ້ານການຢາ: ຮາກ ເປັນຢາແກ້ໄຂ້ຕົວຮ້ອນ, ຊ່ວຍຖອນພິດໄຂ້, ແກ້ອາການຮ້ອນໃນ ແລະ ແກ້ອາການທ້ອງບິດ. ໃບ: ຊ່ວຍຂັບເລືອດປະຈຳເດືອນຂອງຜູ້ຍິງ ແລະ ໃຊ້ປຸ່ງເປັນຢາຂັບເລືອດເສຍ. ດອກ: ຊ່ວຍແກ້ດີພິການ ແລະ ຊ່ວຍໃນການຍ່ອຍອາຫານ. ໝາກອ່ອນ ແລະ ໃບ: ຊ່ວຍຟອກເລືອດ, ຊ່ວຍແກ້ອາການຂາດນ້ຳ ແລະ ແກ້ໄອ. ໝາກ, ໃບ ແລະ ດອກຊ່ວຍຮັກສາທາດພິການ ແລະ ເປັນຢາລະບາຍທ້ອງ. ແກ່ນໃຊ້ຝົນ ຫຼື ແຊ່ນ້ຳດື່ມແກ້ອາການເນັບຊາ.

 

ນອກຈາກນີ້ແລ້ວເພິ່ນໄດ້ຄົ້ນພົບສານຊະນິດໃຫມ່ຈາກໃບຂີ້ໜອນໂດຍໃສ່ຊື່ວ່າ: Chamuangone ເຊິ່ງສານດັງກ່າວມີປະສິດທິພາບໃນການຕ້ານມະເຣັງໄດ້ດີ, ຊ່ວຍຕ້ານເຊື້ອແບັກທິເຣຍ, ທີ່ກໍພະຍາດທາງເດີນອາຫານ, ຊ່ວຍຍັບຍັ້ງເຊື້ອ Leishmania major ທີ່ເປັນພະຍາດລະບາດໄດ້ເປັນຢ່າງດີ