ຫມາກແຄ່ນ ຊ່ວຍປິ່ນປົວໂລກກະເພາະ ແລະລຳໄສ້

ຕົ້ນໝາກແຄ່ນ ເປັນພືດຫຼົ່ນໃບ, ຄວາມສູງປະມານ 18 ມ, ໜ້າຕ້າງພຽງເອິກ 20 ຊມ, ມີເຮືອນຍອດແຜ່ກວ້າງ. ເປືອກຂອງຕົ້ນນ້ອຍມີສີຂຽວ ແລະ ເປັນໜາມອ່ອນ, ເມື່ອອາຍຸແກ່ຂຶ້ນ ເປືອກຈະປ່ຽນເປັນສີມົ່ນ ສ່ວນໜາມ ກໍ່ຈະກາຍເປັນໜາມແຂງ, ຍາວ 2-3 ຊມ. ກິ່ງງ່າຂອງຕົ້ນໝາກແຄ່ນກໍມີໜາມຄືກັນ. ທຸກພາກສ່ວນຂອງຕົ້ນໝາກແຄ່ນຈະມີກິ່ນຫອມຄ້າຍຄືໝາກນາວ. ໃບປະສົມຂອງມັນມີຂະໜາດຄວາມຍາວ 30-40 ຊມ, ມີໃບຍ່ອຍເປັນຮູບໄຂ່, ເກີດເປັນຄູ່ ຈຳນວນ 5-23 ຄູ່.

ໃບຍ່ອຍເຫຼົ່ານີ້ ມີຂະໜາດຄວາມຍາວ 5-22 ຊມ ແລະ ກວ້າງ 2- 7 ຊມ, ພອ້ມທັງມີມົນຄາຍສັ້ນໆຢູ່ດາ້ນຫຼັງ/ລຸ່ມຂອງໃບ. ຊໍ່ດອກປະກອບດວ້ຍດອກທີ່ເກີດເປັນຈຸ້ມມີຂົນຄາຍອ່ອນໆ, ຂະໜາດຂອງຊໍ່ດອກມີຄວາມຍາວ 13-16 ຊມ. ສ່ວນດອກມີຄວາມຍາວ 2-3 ມມ ມີສີຂຽວປົນເຫຼືອງ ຫຼື ສີຂາວ.

ໝາກເປັນປະເພດແຄັບຊູນ (ເປັນກັບ ) ມີຂະໜາດຄວາມກວາ້ງ 6 ມມ ເກີດເປັນພົ້ວ ຊຶ່ງ ແຕ່ລະພົ້ວ ມີປະມານ 100 ໜວ່ຍ, ແຕ່ລະໜວ່ຍມີແກ່ນສີດຳ, ຂະໜາດເສັ້ນຜ່າກາງ 5 ມມ. ສຳລັບໝາກຂອງຊະນິດອື່ນ ໃນສະກຸນ Z. anthoxylum, ເຊັ່ນວ່າ Z. nitidum (Roxb.) DC (ໝາກແຄ່ນເຄືອ) ຊຶ່ງເປັນເຄືອ ກໍ່ນຳໃຊ້ເຮັດເຄື່ອງເທດ ແລະ ເປັນຢາພື້ນເມືອງໄດ້ຄືກັນ.

ຄຸນປະໂຫຍດສ່ວນໃຫຍ່ຂອງຕົ້ນໝາກແຄ່ນ ກໍ່ແມ່ນຢູ່ທີ່ໝາກຂອງມັນ ຊຶ່ງຖືກນຳໃຊ້ເປັນເຄື່ອງເທດ. ໝົດທັງພົ້ວຂອງໝາກແຄ່ນ ສາມາດນຳມາຕຳແຈ່ວກິນໄດ້ ແລະ ກໍ່ຍັງມີຄຸນຄ່າສູງກວ່າການໃຊ້ແຕ່ພຽງໝາກລວ້ນໆ. ນ້ຳມັນທີ່ໄດ້ຈາກແກ່ນກໍ່ເປັນຢາທາປິ່ນປົວໄຟໄໝ້.

ໃບຂອງມັນບາງເທື່ອ ກໍ່ນໍາໃຊ້ທົດແທນເຄືອຮ໊ອບ (hops) ໃນການປຸງລົດຊາດຂອງເບຍ ແລະ ໃບອອ່ນກນໍຳມາກິນເປັນຜັກກັບລາບ ຊຶ່ງເປັນອາຫານຈານແຊບຂອງຄົນລາວ. ສ່ວນເປືອກ, ຮາກຂອງເປືອກ ແລະ ໝາກແມ່ນບັນຈຸມີສານຢັບຢັ້ງແບກເທເຣຍ (bacteria) ທີ່ເປັນປະໂຫຍດ ສຳລັບຮັກສາໂລກກະເພາະ ແລະ ພະຍາດລຳໄສ້.

ຂອບໃຈຂໍ້ມູນຈາກ: ພາເຂົ້າລາວ